ກ່ຽວກັບພວກເຮົາ – ໂຮງແຮມ ມິນຕຣາ Vientiane

ໂຮງແຮມ 4 ດາວ ໃຈກາງວຽງຈັນ

ໂຮງແຮມ 4 ດາວ ສະໄຕລ໌ໂຄໂລນຽນຍຸກໃໝ່ ໃຈກາງວຽງຈັນ

ກ່ຽວກັບ ມິນຕຣາ

ຕັ້ງຢູ່ໃຈກາງຕົວເມືອງ

ໂຮງແຮມ ມິນຕຣາ ຜະສົມຜະສານຄວາມທັນສະໄໝ ກັບສະຖາປັດຕະຍະກຳແບບໂຄໂລນຽນ ໃຈກາງນະຄອນຫຼວງວຽງຈັນ. ໂຮງແຮມຕັ້ງຢູ່ຖະໜົນຄົນຍ່າງ ທີ່ມີອາຫານທ້ອງຖິ່ນຫຼາກຫຼາຍ ຍ່າງບໍ່ເທົ່າໃດນາທີ ກໍຮອດແຄມແມ່ນ້ຳຂອງ ແລະ ຕະຫຼາດກາງຄືນ — ເໝາະທັງນັກທຸລະກິດ ແລະ ນັກທ່ອງທ່ຽວ.

ຫ້ອງພັກ ແລະ ຫ້ອງສວີດ 70 ຫ້ອງ ຕົກແຕ່ງຕາມມາດຕະຖານໂຮງແຮມ 4 ດາວ. ພ້ອມສະລອຍນ້ຳ infinity ຢູ່ຊັ້ນ 8, ຫ້ອງອອກກຳລັງກາຍ 24 ຊົ່ວໂມງ ແລະ ມົນທາ ສະປາ ແລະ ເວວເນສ.

ການເດີນທາງ

  • ວັດມີໄຊ — ຍ່າງ 2 ນາທີ
  • ນ້ຳພຸ — 300 ແມັດ, ຍ່າງປະມານ 5 ນາທີ
  • ແຄມແມ່ນ້ຳຂອງ ແລະ ຕະຫຼາດກາງຄືນ — ຍ່າງ 3–5 ນາທີ
  • ວຽງຈັນເຊັນເຕີ — 600 ແມັດ
  • ອະນຸສາວະລີປະຕູໄຊ — 12 ນາທີ ໂດຍລົດ
  • ສະໜາມບິນສາກົນວັດໄຕ — 6 ກມ, ປະມານ 15 ນາທີ ໂດຍລົດ

ຂໍ້ມູນທີ່ຄວນຮູ້

  • ເຊັກອິນ ຕັ້ງແຕ່ 14:00, ເຊັກເອົ້າ ກ່ອນ 12:00. ເຊັກອິນກ່ອນເວລາ ຫຼື ເຊັກເອົ້າຊ້າ ຂຶ້ນກັບຫ້ອງວ່າງ.
  • ຫ້າມສູບຢາ ທຸກຫ້ອງພັກ ແລະ ພື້ນທີ່ສ່ວນກາງ.
  • ຮັບບັດ Visa, MasterCard, UnionPay, American Express, ໂອນຜ່ານທະນາຄານ ແລະ Lao QR.
  • ທີມງານເວົ້າພາສາລາວ, ໄທ, ອັງກິດ, ຈີນ ແລະ ຫວຽດນາມ.

ໂຮງແຮມ ມິນຕຣາ ເປີດໃຫ້ບໍລິການ ວັນທີ 29 ທັນວາ 2023.

66
ຫ້ອງພັກ
9
ປະເພດຫ້ອງ
4
ລະດັບດາວ