ລາງວັນ – ໂຮງແຮມ ມິນຕຣາ Vientiane

ລາງວັນ ໂຮງແຮມ ມິນຕຣາ

ການຍອມຮັບໃນຄຸນນະພາບການບໍລິການຂອງພວກເຮົາ

ລາງວັນທີ່ພວກເຮົາໄດ້ຮັບ

ພວກເຮົາພູມໃຈກັບທຸກລາງວັນທີ່ທີມງານໄດ້ຮັບ. ຂໍຂອບໃຈແຂກ ແລະ ຄູ່ຮ່ວມງານທຸກທ່ານ ທີ່ເຮັດໃຫ້ມັນເປັນຈິງ.

2025

ລາງວັນ Booking.com Traveller Review Awards 2025

ບໍລິສັດ Booking.com

ໂຮງແຮມມິນຕຣາ ມີຄວາມພູມໃຈທີ່ໄດ້ຮັບ ລາງວັນ Booking.com Traveller Review Awards 2025 ດ້ວຍຄະແນນການປະເມີນຈາກລູກຄ້າ 9.0/10. ລາງວັນນີ້ເປັນການສະທ້ອນເຖິງຄວາມໄວ້ວາງໃຈ ແລະ ຄວາມປະທັບໃຈຂອງລູກຄ້າທີ່ມີຕໍ່ການເຂົ້າພັກທີ່ໂຮງແຮມມິນຕຣາ. ພວກເຮົາຂໍຂອບໃຈລູກຄ້າທຸກທ່ານ ທີ່ເລືອກພັກກັບພວກເຮົາ ແລະ ໄດ້ສະຫຼະເວລາແບ່ງປັນຄຳຄິດເຫັນ ແລະ ປະສົບການອັນດີ. ຄວາມສຳເລັດນີ້ ຍັງເປັນກຳລັງໃຈ ແລະ ສະທ້ອນເຖິງຄວາມທຸ່ມເທຂອງທີມງານມິນຕຣາ ໃນການມອບຄວາມອົບອຸ່ນ, ການບໍລິການທີ່ໃສ່ໃຈ ແລະ ປະສົບການອັນໜ້າຈົດຈຳໃຫ້ແກ່ລູກຄ້າທຸກທ່ານ.

2025

ລາງວັນການປະເມີນຈາກລູກຄ້າ Trip.com 2025

ບໍລິສັດ Trip.com

ໂຮງແຮມມິນຕຣາ ມີຄວາມພູມໃຈທີ່ໄດ້ຮັບ ຄະແນນ 9.1/10 ຈາກ Trip.com ໃນປີ 2025 ຈາກການປະເມີນຂອງລູກຄ້າທີ່ເຂົ້າພັກຈິງ. ການຍອມຮັບນີ້ສະທ້ອນເຖິງຄວາມມຸ່ງໝັ້ນຂອງທີມງານມິນຕຣາ ໃນການມອບບໍລິການທີ່ໃສ່ໃຈ, ຄວາມອົບອຸ່ນແບບລາວ ແລະ ປະສົບການການເຂົ້າພັກທີ່ໜ້າຈົດຈຳ. ພວກເຮົາຂໍຂອບໃຈລູກຄ້າທຸກທ່ານສຳລັບຄວາມໄວ້ວາງໃຈ ແລະ ການແບ່ງປັນປະສົບການອັນດີ, ພ້ອມທັງຂອບໃຈທີມງານມິນຕຣາທີ່ທຸ່ມເທເພື່ອສ້າງການເຂົ້າພັກທີ່ປະທັບໃຈໃຫ້ແກ່ລູກຄ້າຂອງພວກເຮົາ.

2025

ລາງວັນຈາກ ບໍລິສັດ Agoda

ອາໂກດ້າ

🏆 𝐌𝐢𝐧𝐭𝐫𝐚 𝐇𝐨𝐭𝐞𝐥 ມີຄວາມພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບລາງວັນ agoda 𝐆𝐨𝐥𝐝 𝐂𝐢𝐫𝐜𝐥𝐞 𝐀𝐰𝐚𝐫𝐝 𝟐𝟎𝟐𝟓 🥰ລາງວັນອັນຊົງກຽດນີ້ ແມ່ນການສະທ້ອນເຖິງຄວາມທຸ່ມເທ ແລະ ໃສ່ໃຈ ດ້ານການໃຫ້ ບໍລິການ ຂອງທີມງານ Mintra Hotel ທຸກຄົນ ທີ່ພະຍາຍາມມອບການບໍລິການທີ່ດີເດັ່ນ ແລະ ສ້າງປະສົບການທີ່ນ່າຈົດຈຳໃຫ້ແກ່ແຂກທຸກທ່ານ ທີ່ໄດ້ມາພັກ ທີ່ໂຮງແຮມເຮົາ. ພວກເຮົາຂໍຂອບໃຈແຂກທຸກທ່ານທີ່ໃຫ້ຄວາມໄວ້ວາງໃຈ ແລະ ຂອບໃຈທີມງານ Mintra Hotel ທຸກຄົນ ທີ່ຮ່ວມກັນສ້າງຄວາມສຳເລັດນີ້ Mintra Hotel Vientiane ຈະສືບຕໍ່ມຸ່ງໝັ້ນໃນການມອບປະສົບການການພັກທີ່ດີທີ່ສຸດໃຫ້ແກ່ແຂກທຸກທ່ານ 🙏🥰

2024

ລາງວັນ Agoda Customer Review Award 2024

ບໍລິສັດ Agoda.com

ໂຮງແຮມມິນຕຣາ ມີຄວາມພູມໃຈທີ່ໄດ້ຮັບ ລາງວັນ Agoda Customer Review Award 2024 ດ້ວຍຄະແນນການປະເມີນຈາກລູກຄ້າສູງເຖິງ 9.3/10. ລາງວັນນີ້ເປັນການສະທ້ອນເຖິງຄວາມໄວ້ວາງໃຈ ແລະ ຄວາມປະທັບໃຈຈາກລູກຄ້າຂອງພວກເຮົາ. ພວກເຮົາຂໍຂອບໃຈລູກຄ້າທຸກທ່ານ ທີ່ເລືອກມາພັກທີ່ໂຮງແຮມມິນຕຣາ ແລະ ໃຫ້ຄຳຄິດເຫັນອັນມີຄຸນຄ່າແກ່ພວກເຮົາ. ຄວາມສຳເລັດນີ້ ຍັງເປັນຜົນຈາກຄວາມທຸ່ມເທຂອງທີມງານມິນຕຣາທຸກຄົນ ໃນການມອບການບໍລິການທີ່ໃສ່ໃຈ, ຄວາມອົບອຸ່ນແບບລາວ ແລະ ສ້າງປະສົບການອັນໜ້າຈົດຈຳໃຫ້ແກ່ລູກຄ້າ. ຂໍຂອບໃຈທີ່ຮ່ວມເປັນສ່ວນໜຶ່ງຂອງຄວາມສຳເລັດຂອງໂຮງແຮມມິນຕຣາ ແລະ ພວກເຮົາຫວັງວ່າຈະໄດ້ຕ້ອນຮັບທ່ານອີກຄັ້ງ.